ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ປິດຊຸດຮຽນທິດສະດີການເມືອງລະບົບຂັ້ນຕົ້ນ ຊຸດທີ IX ແລະ ເປີດຮຽນຊຸດທີ X

ພິທີປິດຊຸດຮຽນທິດສະດີການເມືອງລະບົບຂັ້ນຕົ້ນ 02 ເດືອນຊຸດທີ IX ປະຈໍາປີ 2026 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ພະຈິກ 2026 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງພ້ອມດ້ວຍຄະນະ, ມີບັນດາແຂກຖືກເຊີນ, ບັນດາທ່ານໃນຄະນະຂະແໜງການຂອງໂຮງຮຽນ, ຄູ-ອາຈານ, ພະນັກງານວິຊາການ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນຊຸດທີ IX ແລະ ຊຸດທີ X ເຂົ້າຮ່ວມ .
ທ່ານ ຄໍາພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ກ່າວຈຸດປະສົງ ແລະ ສະເໜີແຂກເຂົ້າຮ່ວມພ້ອມທັງຜ່ານມະຕິຕົກລົງຂອງຄະນະກໍາມະການປົກຄອງແຂວງຄໍາມ່ວນ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງລະບົບຂັ້ນຕົ້ນ 02 ເດືອນຊຸດທີ IX ປະຈໍາປີ 2026 . ຈາກນັ້ນທ່ານ ທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນຊຸດທີ IX ເຊິ່ງການຈັດ ຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃນຄັ້ງນີ້ໄດ້ເປີດຂຶ້ນເລີ້ມແຕ່ຄັ້ງວັນທີ 19 ສິງຫາ 2026 ມາເຖິງປະຈຸບັນໄດ້ຮັບຜົນສໍາເລັດ ແລະ ໄດ້ສິ້ນສຸດລົງຢ່າງຈົບງາມໃຊ້ເວລາທັງໝົດ 2 ເດືອນ, ມີນັກສຶກສາເຂົ້າຮຽນທັງໝົດ 55 ຄົນ,ຍິງ 15 ຄົນ, ສໍາເລັດຕົວຈິງ 55 ຄົນ,ຍິງ 15 ຄົນ . ນອກຈາກນັ້ນທ່ານຍັງໄດ້ຍົກໃຫ້ເຫັນເຖິງສະພາບລວມ, ທີ່ຕັ້ງ,ພາລະບົດບາດ , ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ , ຜົນສໍາເລັດໃນແຕ່ລະດ້ານ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນເປັນຕົ້ນດ້ານການເມືອງ-ແນວຄິດ , ດ້ານວິຊາສະເພາະ , ດ້ານການຄຸ້ມຄອງການຮຽນ-ການສອນ .
ໃນໄລຍະເວລາດໍາເນີນການຮຽນ-ການສອນຕາມຫຼັກສູດທິດສະດີການເມືອງຂັ້ນຕົ້ນລະບົບ 2 ເດືອນ ຫຼື 60 ວັນລັດຖະການມີບັນດາວິຊາຮຽນ ແລະ ການເຄື່ອນໄຫວຄື : ກຸ່ມວິຊາ ປັດສະຍາມາກ-ເລນິນມີ 4 ບົດ ລວມ 26 ຊົ່ວໂມງ , ກຸ່ມວິຊາ ເສດຖະສາດການເມືອງມີ 7 ບົດ ລວມ 44 ຊົ່ວໂມງ , ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ , ການເມືອງວິທະຍາມີ 10 ບົດ ລວມ 61 ຊົ່ວໂມງ ; ແນວຄິດໄກສອນ ພົມວິຫານມີ 5 ບົດ ລວມ 28 ຊົ່ວໂມງ , ກຸ່ມວິຊາ ຄຸ້ມຄອງບໍລິຫານລັດມີ 8 ບົດ ລວມ 46 ຊົ່ວໂມງ , ກຸ່ມວິຊາ ປະຫວັດສາດພັກ ແລະ ກໍ່ສ້າງພັກມີ 8 ບົດ ລວມ 49 ຊົ່ວໂມງ , ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ້ມ ມີ 2 ຫົວຂໍ້ ລວມ 7 ຊົ່ວໂມງ , ຂຽນບົດປະເມີນຄວາມຮັບຮູ້ຂອງນັກສຶກສາ 17 ຊົ່ວໂມງ . ພ້ອມກັນນັ້ນຍັງໄດ້ຕີລາຄາປະເມີນຜົນການຮຽນ-ການສອນ ເຊິ່ງໃນຜົນສໍາເລັດຂອງຊຸດຮຽນຄັ້ງນີ້ໄດ້ອອກໃບຢັ້ງຢືນຈົບຂັ້ນຕົ້ນໃຫ້ນັກສຶກສາຈໍານວນ 55 ຄົນ, ຍິງ 15 ຄົນ , ສາມາດສະຫຼຸບຜົນລວມຄະແນນຄື : ຄະແນນເກຣດ A ໄດ້ 86 % , ຄະແນນເກຣດ B+ ໄດ້ 11 % , ຄະແນນເກຣດ B ໄດ້ 0.3 % , ສ່ວນຜົນການປະເມີນການຂຶ້ນຫ້ອງສອນຂອງຄູ-ອາຈານແມ່ນມີຜົນໄດ້ຮັບຢູ່ໃນລະດັບດີເຊັ່ນ : ຄູ-ອາຈານຂຶ້ນຫ້ອງສອນຢູ່ໃນເກຣດດີຫຼາຍມີ 89 % , ຄູ-ອາຈານຂຶ້ນຫ້ອງສອນຢູ່ໃນເກຣດດີມີ 11 % .
ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຶກສາທີ່ສໍາເລັດການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ IX ຈໍານວນ 55 ຄົນ, ຍິງ 15 ຄົນ ໂດຍທ່ານ ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ໃຫ້ກຽດມອບໃບຍ້ອງຍໍ ແລະ ໃບກຽດຕິຄຸນຕໍ່ບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການຮຽນ-ການສອນ ແລະ ປະກອບສ່ວນທຶນຮອນເພື່ອພັດທະນາພື້ນຖານໂຄງລ່າງຂອງໂຮງຮຽນໂດຍທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ.
ສໍາລັບການເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 2 ເດືອນ ຊຸດທີ X ແມ່ນປະກອບມີຈໍານວນນັກສຶກສາທັງໝົດຈໍານວນ 53 ຄົນ, ຍິງ 19 ຄົນ .
ສາຍຄໍາ ພະໄຊສິດທິເດດ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງກໍ່ໄດ້ມີບາງຄຳເຫັນຊີ້ນໍາ, ເຈາະຈີ້ມຕື່ມ ເພື່ອໃຫ້ນັກສຶກສານຳໄປຄິດຫງໍາ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນເຊັ່ນ : ໃຫ້ເປັນເຈົ້າການຄົ້ນຄວ້າກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍ, ຖ່າຍທອດບັນດາບົດຮຽນ, ຄວາມຮູ້ທີ່ໄດ້ຮຽນມາເຂົ້າສູ່ພຶດຕິກຳຕົວຈິງ ໃຫ້ເກີດມີການຫັນປ່ຽນທີ່ຕັ້ງໜ້າ, ມີການປັບປຸງໄປໃນທາງທີ່ດີຂຶ້ນ, ກ້າວໜ້າກວ່າໃນໜ້າທີ່ວຽກງານ ແລະ ໃນຂະບວນການຕ່າງໆ ; ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້-ຄວາມສາມາດ, ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກ ເພື່ອກຽມພ້ອມເປັນພະນັກງານນຳພາຫຼັກແຫຼ່ງທີ່ດີ ຄົບຖ້ວນສົມບູນທາງດ້ານມາດຖານເງື່ອນໄຂ ; ຕັ້ງໜ້າພັດທະນາ ແລະ ຍົກລະດັບ ຂອງຕົນເອງທາງດ້ານວິຊາສະເພາະ ຄຽງຄູ່ກັບການຮຽນຮູ້ເອົາວິທະຍາສາດ ແລະ ວິຊາການອັນກ້າວໜ້າໃໝ່ໆ ໃຫ້ທັນກັບສະພາບການປ່ຽນແປງໃນເງື່ອນໄຂປັດຈຸບັນ ; ຕັ້ງໜ້າຍົກລະດັບຄວາມຮູ້ ຂອງຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ໝາຍວ່ານຳເອົາຄວາມຮູ້ທີ່ ໄດ້ຮຽນມາໄປນຳໃຊ້ໃນພຶດຕິກຳ, ກວດສອບ ແລະ ປັບປຸງມັນໃຫ້ບໍລິບູນ. ໃນນີ້ຕ້ອງເອົາໃຈໃສ່ວ່າ ພວກເຮົານຳເອົາທິດສະດີ ແນວທາງເປັນທິດຊີ້ນຳ, ແຕ່ຕ້ອງໝູນໃຊ້ຢ່າງປະດິດສ້າງມີໄຫວພິກ ບໍ່ແຂງກະດ້າງ. ເຮັດໄດ້ແນວນັ້ນຈຶ່ງຈະຫຼີກລ່ຽງໄດ້ຄວາມຜິດພາດ, ວຽກງານຈຶ່ງປະສົບຜົນສໍາເລັດ.

 

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa