ເປີດກອງປະຊຸມ ປະເມີນໜ່ວຍພັກຮາກຖານ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຂອງຄະນະໂຄສະນາອົບຮົມແຂວງຄຳມວ່ນ

ກອງປະຊຸມ ປະເມີນໜ່ວຍພັກຮາກຖານ ປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຂອງຄະນະພັກຮາກຖານ ໂຄສະນາອົບຮົມແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2026 ທີ່ຫ້ອງປະຊຸມວິທະຍຸ ຂະແໜງ ສື່ມວນຊົນຂອງແຂວງ ໂດຍການເປັນປະທານຂອງ ສະຫານ ນວນຕາ ແກ້ວນະວົງ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີ ສະຫາຍ ນິກອນ ພົມວົງສາ ຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະກຳມະການ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງແຂວງ, ມີຮອງເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ຕະຫຼອດເຖິງສະມາຊິກພັກພາຍໃນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຄຳມ່ວນ.
ກອງປະຊຸມ ປະເມີນໜວ໋ຍພັກຮາກຖານແມ່ນໄດ້ຮັບຟັງການຜ່ານ ໃບສຳຫຼວດ ຂອງຄະນະພັກຮາກ ເພື່ອພ້ອມກັນຄົ້ນຄ້ວາ, ຕີລາຄາ ຊອກຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງຕາມ 5 ເນື້ອໃນຂອງການປະເມີນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສຸມໃສ່ໃນການປັບປຸງ ໃນການຊີ້ນຳ-ນຳພາ ຂອງຄະນະພັກຮາກຖານ. ຈາກນັ້ນ ແມ່ນໄດ້ແບ່ງຈຸ ເພື່ອຕີລາຄາຄືນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງບຸກຄົນ ພ້ອມທັງຕຳນິກໍ່ສ້າງໃນການຊ່ວຍເຫຼືອບັນດາ ສະຫາຍ ທີ່ຍັງມີຈຸດບົກພອງໃນການປະຕິບັດວຽກງານ ແລະ ລະບຽບການຂອງພັກ. ຈຸດປະສົງ ກອງະຊຸມໃນຄັ້ງນີ້ ກໍ່ເພື່ອເປັນການຍົກສູງຄຸນນະພາບການຈັດຕັ້ງ ຂອງຮາກຖານພັກ ແລະ ສະມາຊິກພັກທຸກ ສະຫາຍ ຕ້ອງໄດ້ເພີ່ມທະວີບົດບາດ ຄວາມສາມາດໃນການ ນຳພາ-ຊີ້ນຳ ແລະ ການບັນຊາຂອງຄະນະພັກ ແຕ່ລະຂັ້ນ ຕໍ່ກັບວຽກງານ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວອັນໃໝ່ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ – ລັດ, ການນຳພາ-ຊີ້ນຳ ແມ່ນໄດ້ປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ນຳພາເປັນໜູ່ຄະນະ, ມີການຄົ້ນຄວ້າປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ມີການກວດກາປະເມີນຜົນໃນແຕ່ລະໄລຍະຢ່າງເປັນປົກກະຕິທີ່ກຳນົດໄວ້ໃນກົດລະບຽບຂອງພັກ, ກົດໝາຍຂອງລັດ, ຍົກສູງຄຸນທາດທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ, ແບບແຜນວິທີນຳພາ – ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ເພື່ອຊອກຫາສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ ແລະ ແນະນຳໃນການປະກອບຄຳຄິດຄຳເຫັນ ຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບປະກັນໃນການກໍ່ສ້າງພັກ ແລະ ກໍ່ສ້າງພະນັກງານ – ລັດຖະກອນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຊື່ສັດບໍລິສຸດຕໍ່ໍໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບໃຫ້ສູງຂຶ້ນ.

 

 

 

 

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa